Header Ads

ຄະນະກຳມະການແກ້ໄຂພາຫະນະນຳເຂົ້າບໍ່ຖືກຕ້ອງຂັ້ນແຂວງ ພົບລົດ 893 ຄັນນຳເຂົ້າແບບຜິດກົດໝາຍ ຢູ່ຫຼວງນໍ້າທາ



ຕາມການລາຍງານຂອງ ນັກຂ່າວແຂວງວຫຼວງນໍ້າທາວ່າ :  ທ່ານ ທອງຫຼ້າ ອອນລືໄຊ ຫົວໜ້າກອງກວດກາພາສີແຂວງຫຼວງນໍ້າທາ ຄະນະກຳມະການແກ້ໄຂພາຫະນະນຳເຂົ້າບໍ່ຖືກຕ້ອງຂັ້ນແຂວງ ໃຫ້ສຳພາດຕໍ່ນັກຂ່າວໃນວັນທີ 17 ຕຸລາ 2017 ນີ້ວ່າ:ແຂວງຫຼວງນໍ້າທາມີຊາຍແດນຕິດກັບ ປະເທດມຽນມາ, ສປຈີນ ແລະ ເປັນທາງຜ່ານເສັ້ນທາງ R3Aເ ຮັດໃຫ້ສະພາບການລັກລອບນໍາເຂົ້າພາຫະນະບໍ່ຖືກຕ້ອງຈາກປະເທດເພື່ອນບ້ານຄື: ສປ ຈີນ,ມຽນມາ,ປະເທດໄທ ແລະ ແຂວງໄກ້ຄຽງ,ໂດຍປະຕິບັດຕາມແຈ້ງການຫ້ອງວ່າການສຳນັກງານນາຍົກລັດຖະມົນຕີສະບັບເລກທີ 1943 ລົງວັນນທີ 8 ທັນວາ 2016 ແລະ ສະບັບເລກທີ 142 ລົງວັນທີ25 ມັງກອນ  2017 ກ່ຽວກັບການກຳນົດມູນຄ່າແແຈ້ງເສຍພາສີ-ອາກອນ ແລະ ໃຫ້ແກ້ໄຂພາ ຫະນະນຳເຂົ້າບໍ່ຖືກຕ້ອງໃນຂອບເຂດທົ່ວປະເທດ ແລະ ແຈ້ງການຂອງ ກະຊວງການເງີນ ສະບັບເລກທີ 2088/ກງ,ແຈ້ງການແນະນຳສະ ບັບເລກທີ0095/ກງ ກ່ຽວກັບການແກ້ໄຂພາຫະນະນຳເຂົ້າບໍ່ຖືກຕ້ອງ ແລະ ປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 633/ຈຂ ລົງວັນທີ 11 ຕຸລາ 2016 ວ່າດ້ວຍກາານແຕ່ງຕັ້ງຄະນະກຳມະການແກ້ໄຂລົດນຳເຂົ້າ ແລະ ຊື້ຂາຍລົດບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ພາຍໃນແຂວງ.

ທ່ານ ທອງຫຼ້າ ອອນລືໄຊ ຫົວໜ້າກອງກວດກາພາສີແຂວງຫຼວງນໍ້າທາ ຄະນະກຳມະການແກ້ໄຂພາຫະນະນຳເຂົ້າບໍ່ຖືກຕ້ອງຂັ້ນແຂວງກ່າວຕື່ມວ່າ:ນັບແຕ່ວັນທີ 1 ມັງກອນ 2017 ເຖິ່ງວັນທີ 31 ມີນາ 2017 ມີຈຳນວນພາຫະນະນຳເຂົ້າບໍ່ຖືກຕ້ອງທີ່ເຈົ້າຂອງພາຫະນະໄດ້ມາແຈ້ງນຳຄະນະກຳມະການທັງໝົດ 893 ຄັນ,ໃນນີ້ມີລົດບັນທຸກ 29  ຄັນ,ລົດກະບະ 390 ຄັນ, ລົດເກັງ 362 ຄັນ,ລົດຈິບ 61 ຄັນ,ລົດຕູ້ 8 ຄັນ,ລົດຕຸກໆ 1 ຄັນ,ລົດຈັກ 42 ຄັນ.

ຮອດວັນທີ 31 ມີນາ 2017ໄດ້ແກ້ໄຂສຳເລັດແລ້ວ 350 ຄັນໃນນີ້ມີລົດບັນທຸກ 11 ຄັນ,ລົດກະບະ 152 ຄັນ,ລົດເກັງ 137 ຄັນ,ລົດຈິບ26 ຄັນ,ລົດຕູ້ 3 ຄັນ ແລະ ລົດຈັກ 21 ຄັນ ແລະ ຍັງບໍ່ທັນໄດ້ແກ້ໄຂ 539 ຄັນ,ສາມາດເກັບລາຍຮັບຈາກການແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງໄດ້ທັງໝົດ 8.931.783.000 ກີບ ,  ມອບເຂົ້າງົບປະມານ 8.619.095.800ກີບ  ແລະ ທ່ານຍັງໄດ້ຮຽກຮ້ອງມາຍັງອົງການປົກຄອງແຕ່ລະຂັ້ນເປັນເຈົ້າການສຶກສາອົບຮົມໃຫ້ພະນັກງານ, ທະຫານ,ຕຳຫຼວດ,ນັກທຸລະກິດ,ຊາວຄ້າຂາຍ ແລະ ປະຊາຊົນຜູ້ທີ່ນຳໃຊ້ ແລະ ມີພາຫະນະນຳເຂົ້າບໍ່ຖືກຕ້ອງໄວ້ຄອບຄອງເປັນເຈົ້າການຕື່ນຕົວປະກອບສ່ວນເສຍພັນທະພາສີ-ອາກອນ,ນຳເອົາພາຫະນະມາເສຍພາສີ-ອາກອນຕາມລະບຽບກົດໝາຍໃຫ້ຖືກຕ້ອງ.

ພາບ-ຂ່າວ: ສົມພອນຂຸນດາວົງ  (ຂ່າວແຂວງວຫຼວງນໍ້າທາ)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.