Header Ads

ລາວ-ອິນໂດເນເຊຍ ສະຫຼອງ 60 ປີ ວັນສ້າງຕັ້ງສາຍພົວພັນການທູດ ແລະ 72 ປີ ວັນຊາດ ອິນໂດເນເຊຍ



ໃນຕອນຄໍ່າຂອງວັນທີ 6 ຕຸລາ 2017, ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ, ການນຳຂອງ ສປປ ລາວ ແລະ ສ. ອິນໂດເນເຊຍ ໄດ້ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ສປປ ລາວ - ສ. ອິນໂດເນເຊຍ ຄົບຮອບ 60 ປີ (30/08/1957-30/08/2017), ວັນຊາດອິນໂດເນເຊຍ ຄົບຮອບ 72 ປີ ແລະ ວັນກອງທັບ ອິນໂດເນເຊຍ ຈັດໂດຍສະຖານທູດ ອິນໂດເນເຊຍ ປະຈຳ ສປປ ລາວ, ໂດຍເປັນ​ກຽດເຂົ້າ​ຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເດສຣາ ເປີກາຢາ (Desra Percaya), ຮອງລັດຖະມົນຕີ ຜູ້ຮັບຜິດຊອບວຽກງານການຕ່າງປະເທດໃນຂົງເຂດອາຊີປາຊີຟິກ ແລະ ອາຟຣິກາ, ກະຊວງການຕ່າງປະເທດ ອິນໂດເນເຊຍ ແລະ ມີບັນດາແຂກຖືກເຊີນຈາກທັງສອງຝ່າຍ ເຂົ້າ​ຮ່ວມ.



ໃນໂອກາດ​ນີ້, ​ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ​ ເດສຣາ ເປີກາຢາ ໄດ້​ຜັດປ່ຽນ​ກັນ​ຂຶ້ນ​ກ່າວຄຳ​ເຫັນຕໍ່ງານລ້ຽງດັ່ງກ່າວ, ເຊິ່ງ​ທັງ​ສອງ​ຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ​ໃນການຊຸກຍູ້ສົ່ງເສີມການພົວພັນ​ຮ່ວມ​ມືສອງຝ່າຍຕະຫຼອດໄລຍະ 60 ປີ ຜ່ານ​ມາລະຫວ່າງສອງ​ລັດ​ຖະບານ ກໍ່​ຄື​ປະຊາຊົນ​ສອງ​ຊາດ ລາວ-ອິນໂດເນເຊຍ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ຍົກລະດັບຂຶ້ນເປັນກ້າວໆ, ໃນນີ້ ສອງຝ່າຍ   ໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ການຮັດ​ແໜ້ນການພົວພັນຮ່ວມ​ມື ດ້ານເສດຖະກິດການຄ້າ, ການລົງທຶນ, ກະສິກຳ ແລະ ການພັດທະນາຊັບພະຍາກອນມະນຸດ, ໂດຍຜ່ານກົນໄກການປະສານງານໃນຫຼາຍລະດັບ, ໂດຍສະເພາະຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ອິນໂດເນເຊຍ, ບົນພື້ນຖານຄວາມເຊື່ອໝັ້ນ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ.


ໃນປີແຫ່ງການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ອິນໂດເນເຊຍ ຄົບຮອບ 60 ປີ ນີ້, ສອງປະເທດໄດ້ຈັດບັນດາກິດຈະກຳ ແລະ ການເຄື່ອນໄຫວຕ່າງໆ ເຊັ່ນ: ການຈັດງານການຄ້າ ແລະ ການທ່ອງ ທ່ຽວ, ການຈັດສຳມະນາກ່ຽວກັບການພົວພັນສອງຝ່າຍ, ງານວາງສະແດງຮູບພາບ, ລວມທັງການຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການຂອງລັດຖະມົນຕີຕ່າງປະເທດລາວ ໃນເດືອນກໍລະກົດ ຜ່ານມາ, ການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງ ຮອງລັດຖະມົນຕີຕ່າງປະເທດ ອິນໂດເນເຊຍ ໃນຄັ້ງນີ້ ແລະ ແຜນການຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການຂອງ ນາຍົກລັດຖະມົນຕີ ສປປ ລາວ ໃນລະຫວ່າງວັນທີ 11-12 ຕຸລາ 2017 ທີ່ຈະມາເຖິງນີ້. ພ້ອມກັນນັ້ນ, ສອງ​ຝ່າຍຍັງໄດ້ຢືນຢັນທີ່ຈະສືບຕໍ່​ເສີມ​ຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຮັດ​ແໜ້ນ​ການຮ່ວມ​ມື ລະຫວ່າງສອງປະເທດ ໃຫ້​ນັບມື້ເຕີບ​ໃຫຍ່ຂະຫຍາຍຕົວ ໄປ​ສູ່​ບາດກ້າວ​ອັນໃໝ່ໃນຕໍ່ໜ້າ.

ທີ່ມາ: ກະຊວງການຕ່າງປະເທດ

No comments

Powered by Blogger.