Header Ads

ກວດຄົ້ນເຮືອນ ພົບຢາບ້າ 38 ເມັດ ເຮໂຣອິນ ພ້ອມອຸປະກອນເສບຢາ 4,2 ກຼາມ ພ້ອມອຸປະກອນເສບຢາເສບ



ໃນວັນທີ 24 ຕຸລາ 2017, ພະເເນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຊຽງຂວາງ ໄດ້ເຂົ້າກວດຄົ້ນເຮືອນ ນາງ ເອ້ຍລໍ່ ອາຍຸ 56 ປີ ຢູ່ບ້ານສີໂພນໄຊ ເມືອງແປກ ແຂວງຊຽງຂວາງ ພົບເຫັນຢາບ້າ 38 ເມັດ, ເຮໂຣອິນ 4,2 ກຼາມ, ອຸປະກອນເສບຢາເສບຕິດ 2 ຊຸດ ແລະ ເງິນ 200.000 ກີບ ພ້ອມກັບຈັບຕົວຜູ້ເສບອີກ 2 ຄົນ ໃນຂະນະທີ່ມົ້ວສຸມເສບຢາຢູ່ນໍາກັນ.

ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ຕາມການສາລະພາບຂອງ ນາງ ເອ້ຍລໍ່. ຜູ້ກ່ຽວແມ່ນໄດ້ເລີ່ມເສບ ແລະ ຄ້າຂາຍຢາເສບຕິດ ມາແຕ່ປີ 2010 ສ່ວນຫຼາຍໄປຊື້ມາຈາກຜູ້ຮ່ວມຂະບວນການນໍາກັນ ຢູ່ຄຸ້ມເຕົາຂາງ ບ້ານໂພນສະຫວັນໄຊ ເມືອງແປກ ແຂວງຊຽງຂວາງ ເພື່ອຈະນໍາໄປຂາຍຕໍ່ໃຫ້ໄວລຸ້ນທີ່ຕ້ອງການເສບຕິດພາຍໃນບ້ານ. ສ່ວນຫຼາຍແມ່ນອໍານວຍຄວາມສະດວກໃຫ້ຜູ້ມາຊື້ ເສບກ່ອນຈຶ່ງກັບ. ສໍາລັບເຮໂຣອິນ 4,2 ກຼາມ ແມ່ນຜູ້ກ່ຽວໄດ້ຊື້ມາເສບເອງ.
ສ່ວນຜູ້ເສບສອງຄົນ ທ້າວ ໄມຄໍາ ອາຍຸ 27 ຢູ່ບ້ານໂພນງາມໃຕ້ ແລະ ທ້າວ ປໍລໍ່ ອາຍຸ 37 ປີ ຢູ່ບ້ານໂງຍ ເມືອງແປກ ແຂວງຊຽງຂວາງ ເຈົ້າໜ້າທີ່ຕໍາຫຼວດແມ່ນສົ່ງໄປດັດສ້າງ ແລະ ບໍາບັດ ເພື່ອໃຫ້ຢຸດເຊົາຈາກຢາເສບຕິດ.

ພາບ ແລະ ຂ່າວ : ໜັງສືພິມ ປກສ

No comments

Powered by Blogger.