Header Ads

ລັດຖະບານທຸ່ມງົບເກືອບ 23 ຕື້ກີບ ຈັດປີທ່ອງທ່ຽວລາວ 2018


ໂດຍ​ປຶກສາ​ຫາລື ກັບ​ກົມ​ງົບປະມານ​ ​ແລະ ກົ​ມຄັງ​ເງິນ, ກະຊວງການ​​ເງິນ ກ່ຽວກັບ​ແຜນ​ງົບປະມານ ຮັບ​​ໃຊ້​ໃຫ້​ແກ່​ປີ​ທ່ອງ​ທ່ຽວລາວ 2018 ທີ່ຈະ​ມາ​​ເຖິງນີ້​, ງົບປະມານທັງໝົດທີ່ຈະໃຊ້ມີ​ເຖິງ 22,9ຕື້ກວ່າກີບເພື່ອສຸ​ມ​ໃສ່​ການຈັດ​ຕັ້ງ​ປະ​ຕິ​ບັດ​ບັນດາກິດ​ຈະ​ກຳ​ຕ່າງໆ​ ໃນການສະ​ເຫລີ​ມ ສະຫລອງ​ປີ​ທ່ອງ​ທ່ຽວລາວ​ ໃຫ້ມີ​ຂະ​ບວນຟົດຟື້ນ ບັນລຸ​ຕາມ​ຈຸດປະສົງ​ ​ແລະ ລະດັບ​ຄາດໝາຍ.



ທ່ານ ອຸ່ນທວງ ຂາວ​ພັນ ຮອງ​ລັດຖະມົນຕີ​ກະຊວງຖະ​ແຫລງຂ່າວ, ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ ​ໄດ້​ໃຫ້​ຮູ້ວ່າ: ສຳ​ລັບກິດຈະກຳ​ປີ​ທ່ອງ​ທ່ຽວທີ່​ຈະ​ມາ​ເຖິງນີ້, ລວ​ມມີ​ທັງໝົດ 18 ກິ​ດຈະ​ກຳ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ ເຊັ່ນ: ບຸນປີ​ໃໝ່ຊົນ​ເຜົ່າ​ກຶມ​ມຸ ​ແຂວງ​ອຸດົມ​ໄຊ, ງານ​ບຸນ​ເສົາ​ຫລັກ​ເມຶືອງ 10 ຊົນ​​ເຜົ່າ​ແຂວງ​ເຊ​ກອງ, ບຸ​ນພະ​ບາດ​​ໂພນ​ສັນ ​ແຂວງ​ບໍລິ​ຄຳ​​​ໄຊ, ບຸນຊົນ​ເຜົ່າ ​ແຂວງ​ຫລວງ​ນ້ຳ​ທາ, ງານ​ເທດສະການ​ດອກ​ງິ້ວບານ​ ​ແຂ​ວງບໍ່ແກ້ວ, ບຸ​ນຊ້າງ ​ແຂວງ​ໄຊ​ຍະ​ບູລີ, ບຸນວັດ​ພູ ​ແຂວງ​ຈຳປາ​ສັກ, ບຸນພະທາ​ດສີ​​ໂຄດ ​ແຂວງ​ຄຳ​ມ່ວນ, ບຸນປີ​ໃໝ່ລາວ​ ​ແຂວງ​ຫລວງພະ​ບາງ, ງານ​ສະ​ເຫລີ​ມສະຫລອງ​ແກ້ວ​ຫລັກ​ເມືອງ ​ແລະ ທ່ອງ​ທ່ຽວຊົມ​​ຖ້ຳ​ຜູ້ນຳ ​ແຂວງ​ຫົວພັນ, ບຸນ​ຊ່ວງ​ເຮືອ ແຂ​ວງສາລະວັ​ນ, ບຸນ​ນະມັດສະການ​ພະທາດ​ຫລວງ ​ນະຄອນຫລວງ​ວຽງຈັນ​, ບຸນ​ຊ່ວງ​ເຮື​ອ​ເມືອງ​ຂວາ ​ແຂວງ​ຜົ້ງ​ສາລີ, ບຸນ​ພະທາດ​ອີງ​ຮັງ ​ແຂວງ​ສະຫວັນ​ນະ​ເຂດ, ບຸນ​ກິ​ນຈຽງ ​(ຫລັກ 52) ແຂວງ​ວຽງຈັນ, ບຸນ​ກິນ​ຈຽງ ​ແຂວງ​ໄຊ​ສົມບູນ ​ແລະ ງານ​ນະ​ມັດ​ສະການ​ພະ​ເຈົ້າ​ໄຊ​ເສດ​ຖາ ​ແຂວງ​ອັດ​ຕະປື.



 ສຳລັບ​ການ​​ເຄື່ອນ​ໄຫວ ​ແລະ ກິດ​ຈະ​ກຳ​ປິ່ນ​ອ້ອມ​ຢູພາຍ​ໃນ ປະກອບ​ມີ: ການ​ຈັດ​ຂະ​ບວນຄາລາ​ວາ​ນລົດ​ທ່ອງ​ທ່ຽວຕາມ​ເສັ້ນທາງ​ ແຫ​ລ່ງທ່ອງ​ທ່ຽວ ບາງ​ແຂວງ​ພາກ​ເໜືອ ​ແລະ ພາກ​ໃຕ້, ການຈັດ​ລາຍການ​ຢ້ຽມຢາມ​ແຫ​ລ່ງທ່ອງ​ທ່ຽວ ສຳ​ລັບ​ສື່​ມວນ​ຊົນ ​ແລະ ບໍ​ລິ​ສັດ​ທ່ອງ​ທ່ຽວພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ໂຄສະນາ​ຜະ​ລິດ​ຕະພັນ ​ແລະ ​ແຫ​ລ່ງທ່ອງ​ທ່ຽວອັນ​ໂດດ​ເດັ່ນ​ຂອງ ສປປ ລາວ, ​ໂດຍ​ສະ​ເພາະ ​ແມ່ນ​ແຫ​ລ່ງທ່ອງທ່ຽວປະຫວັດສາດ, ວັດທະນະທຳ ​ແລະ ທຳ​ມະ​ຊາດ, ກິດ​ຈະ​ກຳ​ສະ​ເຫລີ​ມສະຫລອງ​ວັນ​ທ່ອງ​ທ່ຽວ​ໂລກ, ບຸນມະ​ໂຫລານ​ສິລະ​ປະການ​ສະ​ແດງພື້ນ​ເມືອງ​ບັນດາ​ເຜົ່າ​ ທົ່ວ​ປະ​ເທດ​ໃນ​ງານ​ບຸ​ນນະ​ມັດ​ສະການ​ພະທາດ​ຫລວງ. ນອກ​ນີ້, ຍັງ​ມີ​ກິດຈະ​ກຳທີ​ຖືກ​ສະ​ເໜີ​ເຂົ້າ​ເພີ່ມ​ ມີ ພິທີ​ຕັກບາດ​ໃຫຍ່, ການ​ເຕັ້ນ​ລຳວົງ, ​ແລະ ​ເຕັ້ນ​ບັ​ດສະ​ຫລົບ, ລາຍການ​ທ່ອງ​ທ່ຽວຂີ່​ລົດຖີບ​ອາຊຽນ, ການ​ແຂ່ງລົ​ດ ຈັກ​ວິບາກ, ກິ​​ດຈະ​ກຳ​ປີນໜ້າຜາ ​ແລ​ະ ກິດ​ຈະ​ກຳ​ອື່ນໆ.



ສ່ວນ​ລາຍກາ​ນ​​ເຄື່ອນ​ໄຫວ ​​ແລະ ກິ​ດຈະ​ກຳ​ປິ່ນ​ອ້ອມ​ຢູ່​ຕ່າງປະ​ເທດ ​ມີ ຈັດ​ງານ​ວັນ​ລາວ (Lao night) ​ໃນ​ງານ ATF 2018 ຢູ່​ຊຽງ​ໃໝ່ ປະ​ເທດ​ໄທ, ຈັດ​ງານ Cooktail ຢູ່ ITB Berlin 2018 ປະ​ເທດ​ເຢຍລະ​ມັນ, ງານ​ວາງສະ​ແດງ​ທ່ອງ​ທ່ຽວສາກົນ SMT ​ຢູ່ ປາຣີ ປະ​ເທດ​ຝຮັ່ງ, ຈັດ​ງານ​ວັນ​ລາວ (Lao night) ທີ່​ງານ Lao Festival ທີ່​ໂຕກຽວ ປະ​ເທດ​ຢີປຸ່ນ,​ ຈັດ​ງານ​ວັນລາວ (Lao night) ​ໃນ​ງາ​ນ ITE HCM ຢູ່ປະ​ເທດ​ຫວຽດນາມ, ງານ​ວາງສະ​ແດງ​ທ່ອງ​ທ່ຽວສາກົນ WTM ຢູ່​ລອນ​ດອນ ປະ​ເທດ​ອັງກິດ.

ທີ່ມາ: ຂປລ

No comments

Powered by Blogger.