Header Ads

ຈັບໂຈນເຂົ້າລັກລົດຈັກທີ່ໂຮງໝໍ 103 ແບບອົງອາດ ແລະ ເຍີ້ຍກົດໝາຍບ້ານເມືອງ !!!






ນະຄອນຫຼວງວຽງຈັນ :  ຕອນບ່າຍມື້ນີ້ ວັນທີ 29 ຕຸລາ 2017 ໜ່ວຍປ້ອງກັນຄວາມສະຫງົບຂອງໂຮງໝໍ 103 ສາມາດຈັບໂຕຜູ້ທີ່ເຂົ້າໄປລົດຈັກ ພາຍໃນບໍລິເວນໂຮງໝໍໄດ້.



ຂໍ້ມູນເບື້ອງຕົ້ນຈາກແຫຼ່ງຂ່າວລາຍງານໃຫ້ຮູ້ວ່າ ໃນເວລາປະມານບ່າຍ 1 ໂມງ ຂອງວັນທີ 29 ຕຸລາ 2017 ໄດ້ມີຄົນຂີ້ລັກຜູ້ໜຶ່ງພະຍາຍາມຈະລັກລົດຈັກຄັນໜຶ່ງ ຢູ່ບໍລິເວນພະແນກຕຶກພະນັກງານ ແຕ່ໃນຂະນະທີ່ຜູ້ກ່ຽວກຳລັງໃຊ້ອຸປະກອນງັດແງະລົດຢູ່ນັ້ນ ບັງເອີນເຈົ້າຂອງລົດກັບມາເຫັນພໍດີ ເມື່ອເຫັນທ່າບໍ່ດີ ຄົນຮ້າຍກໍໄດ້ພະຍາຍາມເອົາໂຕແລ່ນລົບໜີ ແຕ່ໂຊກຊໍເຂົ້າຂ້າງ ຄົນຮ້າຍຖືກເຈົ້າໜ້າທີ່ໄລ່ຈັບໄດ້ທັນຄວັນ.



ເມື່ອຄົ້ນໂຕຜູ້ກ່ຽວພົບບັດປະຈຳຕົວປະຊາຊົນ ແລະ ໃບອະນຸຍາດຂັບຂີ່ລົດ ໂດຍອອກຊື່ ທ້າວ ສົມຊາຍ ອາໄສຢູ່ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ເຊິ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກຳລັງສືບສວນສອບສວນ ແລະ ຈະສົ່ງດຳເນີນຄະດີຕາມລຳດັບຂອງກົດໝາຍບ້ານເມືອງຕໍ່ໄປ.

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.