Header Ads

ໂຄງການ​ປະຕິສັງຂອນ​ພິ​ພິ​ທະພັນ​ພະ​ທາດຫຼວງ​ວຽງ​ຈັນ ສຳເລັດ100% ແລະ ພິທີສົມໂພດຈະມີຂຶ້ນວັນທີ 27 ຕຸລານີ້




ໂຄງການ​ປະຕິສັງຂອນ​ພິ​ພິ​ທະພັນ​ພະ​ທາດຫຼວງ​ວຽງ​ຈັນ ຄັ້ງ​ທີ IV ແມ່ນ​ບໍລິສັດ ມີ​ພູນ​ຊັບ​ກໍ່ສ້າງ ຈຳກັດ​ຜູ້​ດຽວ ເປັນ​ຜູ້​ຮັບ​ເໝົາ ເຊິ່ງ​ໄດ້​ລົງມື​ບູລະນະ​ມາ​ແຕ່​ວັນ​ທີ 20 ກັນຍາ 2016 ເປັນຕົ້ນ​ມາໄດ້ສຳເລັດ100% ໂດຍຈະໄດ້ມີງານສົມໂພດພະທາດຫຼວງຂຶ້ນໃນວັນທີ27 ຕຸລານີ້.









ໂຄງການ​ປະຕິສັງຂອນ​ພິ​ພິ​ທະພັນ​ພະ​ທາດຫຼວງ​ວຽງ​ຈັນ ຄັ້ງ​ທີ IV  ປະກອບ​ມີໜ້າ​ວຽກ​ອົງ​ພະທາດ ແລະ ວຽກ​ອະນາໄມ ໃນ​ນີ້​ໄດ້​ອະນາ​ໄມສ້ອມແປງ​ອົງ​ພະທາດ ແລະ ປ່ຽນ​ຖ່າຍ​ສິ່ງ​ເປ່​ເພ​ຫໍ​ໄຫວ້ທັງ​ສີ່​ດ້ານ ວຽກ​ທາສີ​ອົງ​ພະທາດ ທາ​ນ້ຳ​ຢາ​ຂ້າ​ເຊື້ອ​ລາ ທາສີ​ປະສານ​ສີ​ຮອງ​ພື້ນ​ທາສີ​ຄຳ ວຽກຕິດ​ຕັ້ງ​ກັນ​ຟ້າຜ່າ ວຽກ​ຫໍ​ສີ​ທຳ​ມະຫາຍ​ໂສກ (ອະນາໄມ​ຫໍ​ກວມ ສ້ອມແປງ​ຄືນ ຕິດ​ຄຳປິວ​ໃຫ້​ຢູ່ໃນ​ສະພາບ​ເດີມ) ແລະ ວຽກ​ກົມມະ​ລຽນ ນອກ​ນັ້ນຍັງ​ມີ​ວຽກ​ທີ່​ບໍ່ໄດ້​ຢູ່​ໃນ​ສັນຍາ​ເຊັ່ນ: ວຽກ​ປູກຫຍ້າ​ໃສ່​ເດີ່ນ 400 ແມັດ ສ້ອມແປງ​ບານ​ປະຕູ​ເຫຼັກ​ທາງ​ຂຶ້ນ​ອົງພະທາດ​ຊັ້ນ 1-2 ຈຳນວນ 6 ປ່ອງ ແລະ ວຽກ​ສ້ອມແປງ​ຫຼັງຄາ ບ່ອນ​ໃສ່​ປ້ານ 3 ຈຸດ ປັດຈຸບັນ ໂຄງການ​ປະຕິສັງຂອນ​ດັ່ງກ່າວສຳເລັດ 100%.




ວັນ​ທີ 20 ຕຸລາ 2017 ທ່ານ ສີ​ຫຸນ ສິດທິ​ລື​ໄຊ ຮອງ​ເຈົ້າຄອງ​ນະຄອນຫຼວງ​ວຽງ​ຈັນ ທັງເປັນ​ຮອງ​ປະທານ​ຄະນະ​ກຳ​ມະການ​ປະຕິສັງຂອນ​ພິ​ພິ​ທະ​ພັນທາດຫຼວງ ແລະ ທ່ານ ຄຳ​ປະດິດ ເຂັມ​ມານິດ ຫົວໜ້າ​ພະ​ແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄະນະ ແລະ ພາກສ່ວນ​ກ່ຽວຂ້ອງ ​ໄດ້​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຄວາມ​ເປັນ​ລະບຽບຮຽບ​ຮ້ອຍ​ຂອງ​ການ​ປະຕິສັງຂອນພະ​ທາດຫຼວງ​ວຽງ​ຈັນ ຄັ້ງ​ທີ IV ເພື່ອ​ກະກຽມ​ຄວາມ​ພ້ອມ​ໃຫ້​ທັນກັບ​ງານ​ສົມໂພດ​ອົງ​ພະ​ທາດຫຼວງ ແລະ ງານ​ບຸນ​ນະມັດສະການ​ພະທາດຫຼວງ​ປີ 2017 ທີ່​ຈະ​ມາ​ເຖິງໃນ​ມໍ່ໆ​ນີ້.



ຜ່ານ​ການ​ຕິດຕາມ​ກວດກາ ທ່ານ​ຮອງ​ເຈົ້າ​ຄອງ ພ້ອມ​ດ້ວຍຂະແໜງການ​ທີ່​ກ່ຽວຂ້ອງ​ ໄດ້​ຍ້ອງຍໍ​ຊົມເຊີຍ ແລະ ເຫັນ​ດີ​ນຳ​ບໍລິສັດ ມີ​ພູນ​ຊັບ​ກໍ່ສ້າງ ຈຳກັດ​ຜູ້​ດຽວ ທີ່​ໄດ້​ເອົາໃຈໃສ່​ໃນ​ການ​ປະຕິ​ສັງຂອນ​ພະ​ທາດຫຼວງ​ສຳເລັດ​ຕາມແຜນການ​ທີ່​ວາງ​ໄວ້.




ພ້ອມ​ນັ້ນ ທ່ານ​ຍັງ​ໄດ້​ແນະນຳ​ໃຫ້​ບໍລິສັດ ແລະ ພະ​ແນກ ຖວທ ນວ ກໍ່​ຄືພາກສ່ວນ​ກ່ຽວຂ້ອງ​ໃຫ້​ເອົາໃຈໃສ່​ໃນ​ການ​ຫຼໍ່​ພະ​ຄຳ ພ້ອມ​ທັງເຮັດ​ຕູ້​ນີ​ລະ​ໄພ​ໃສ່​ພະ​ທີ່​ຫຼໍ່​ມາ​ແລ້ວນັ້ນ ແລະ ປັບປຸງ​ຖ້ານ​ພະ ເພື່ອໃຫ້​ນັກ​ທ່ອງ​ທ່ຽວກໍ່​ຄືມວນ​ຊົນ​ທີ່ມາ​ທ່ຽວ​ຊົມ​ເຫັນ​ໄດ້​ງ່າຍ ແລະ ຮັບປະກັນ​ໃຫ້​ມີ​ຄວາມ​ປອດ​ໄພ ໂດຍ​ໃຫ້​ສຳເລັດ​ກ່ອນງານ​ບຸນ​ນະມັດສະການ​ພະທາດຫຼວງ​ວຽງ​ຈັນ ແນໃສ່​ເຮັດ​ໃຫ້​ພະທາດຫຼວງ​ມີ​ຄວາມ​ສວຍ​ງາມ​ດຶງດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ມາ​ທ່ຽວ​ຊົມ​ໃຫ້ຫຼາຍ​ຂຶ້ນ ທັງ​ເປັນ​ການ​ຮັກສາ​ໃຫ້ພະ​ທາດຫຼວງ​ມີ​ຄວາມ​ຍືນ​ຍົງ​ຕະຫຼອດ​ໄປ.


ແຫລ່ງທີ່ມາຈາກ ຫນັງສືພິມວຽງຈັນໃຫມ່
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.